ມີເລື່ອງສົມມຸດທີ່ຕະຫຼົກແລະເປັນຕາຄິດນຳມາເວົ້າໃຫ້ຟັງ ມີຜູ້ຊາຍຄົນໜຶ່ງທີ່ມີຄອບຄົວແລ້ວແຕ່ເປັນຄົນເຈົ້າຊູ້ນອກໃຈເມຍມີຜູ້ສາວ ມື້ໜຶ່ງກຳລັງພາຜູ້ສາວໄປຫຼິ້ນບຸນຊ່ວງເຮືອ ບັງເອີນໄປພົບເຫັນເມຍ ຜູ້ຊາຍຄົນນັ້ນກໍ່ບໍ່ລໍຊ້າຊິ່ງໄວປານລົດເກຍໂອໂຕ.
ຊາຍ: ແລ່ນໄວໆ ເມຍອ້າຍມາ!!!!!
ຍິງ: ລະຫວ່າງເມຍ ກັບໂຄວິດ ອ້າຍຢ້ານຫຍັງກວ່າ ?
ຊາຍ: ນ້ອງປອບເອີຍ ນ້ອງກະໂງ່ຄັກເນາະ ຄັນຢ້ານໂຄວິດອ້າຍຄົງບໍ່ພານ້ອງ ເຈີດມາຮອດພີ້ດອກ
ຍິງ: ເປັນຫຍັງອ້າຍຄຶເວົ້າ ໝາໆ ຈັງຊີ້ ໃສວ່າຮັກນ້ອງ, ໃຫ້ກຽດນ້ອງສະເໝີ ອ້າຍລືມລະບໍ່
ຊາຍ: ອີປຶກ ມັນແມ່ນເວລາ ມາຮຽກຣ້ອງຄວາມເປັນທຳບໍ່ນິ ! ຄັນເມຍກູນຳມາທັນ ມຶງສະລົບເປັດແທ້ໆ
ຍິງ: ອ້າວ …ໃສວ່າຊິປົກປ້ອງໃຫ້ນ້ອງ ປອດໄພ
ຊາຍ: ກູຮູ້ວ່າຄົນແບບມຶງ ຫລອກງ່າຍ ກູກະເວົ້າໄປຊັ້ນລະ ຄັນເມຍກູນຳທັນ ລະຕົວໄພຕົວມັນເດີ
ຍິງ : ຄັນອ້າຍເວົ້າແບບນີ້ ເຮົາຕ່າງຄົນຕ່າງໄປ ໂລດ
ຊາຍ: ມຶງບໍ່ຕ້ອງ ຮຽກຮ້ອງຄວາມສົງສານ 3ແຍກທາງໜ້າ ຈາກລາກັນໂດຍດີ ກູບໍ່ໂງ່ລາກມຶງໄປນຳດອກ ເມຍກູແລ່ນໄວ ປານຈະຫລວດ
ຍິງ: ຮືໆ ທີ່ຜ່ານມາ ນ້ອງບໍ່ໜ້າເຊື່ອໃຈອ້າຍເລີຍ
ຊາຍ: ສຳນຶກໄດ້ ກະສາຍເກີນໄປແລ້ວນ້ອງເອີຍ !
ຍິງ: ຕາຍຄັກ ແຫຼະ ເຮົາບາດນິ
ຊາຍ: ເຊີນມຶງຕາຍຄົນດຽວ ອີວຶງ ! ເມຍກູຢູ່ນຳກັນມາສິບປີ ເລື່ອງຊຳນີ້ ຈັງໃດ ກະອະໄພໃຫ້ກັນ ຍາດຜູ້ໃຫຍ່ ທັງສອງຝ່າຍເພິ່ນບອກໄວ້ ຕັ້ງແຕ່ມື້ ສູ່ຂວັນພຸ້ນແລ້ວ
ນີ້ແຫຼະຄຳວ່າອ້າຍຈະປົກປ້ອງນ້ອງອ້າຍຈະປະກັບເມຍມາເອົານ້ອງມັນເປັນພຽງລົມປາກຂອງຜູ້ຊາຍທີ່ເມຍຍັງຈັບບໍ່ໄດ້.
ຜ່ອນຄາຍສະຫມອງເເດ່ທຸກຄົນ ກົດດັນນຳໂຄວິດ ຈົນຊິເປັນບ້າແລ້ວ ຕອນນີ້ ເມື່ອຍຈິດເມື່ອຍໃຈ
ຂອບໃຈທີ່ມາ: ລຸງປິວ ດິຊເພລ໌