ອີຣ່ານ ຜູ້ຊາຍບໍ່ໄດ້ອາບນ້ໍ້າ ເປັນເວລາ 65 ປີ ອາມູ ຮາຈິ ອາຍຸ 83 ປີ, ຊາວອີຣານຖືກຕັ້ງຊື່ວ່າເປັນຜູ້ຊາຍທີ່ເປີເປື້ອນທີ່ສຸດໃນໂລກ, ອາມູ ລາວບໍ່ໄດ້ອາບນໍ້າມາເປັນເວລາ 65 ປີແລ້ວ.
ລາວຢ້ານທີ່ຈະອາບນໍ້າ ຍ້ອນເຊື່ອວ່າຊິເຮັດໃຫ້ເຈັບປ່ວຍຖ້າລາວອາບນໍ້າ, ແລະນີ້ແມ່ນເຫດຜົນທີ່ລາວບໍ່ໄດ້ອາບນໍ້າ ມາດົນກວ່າຫົກທົດສະວັດ.
ອາມູ ອາໄສຢູ່ຄົນດຽວໃນທະເລຊາຍອີຣານ, ແຕ່ລາວກຳລັງຊອກຫາຄວາມຮັກ. ອາຫານທີ່ລາວມັກທີ່ສຸດແມ່ນ ຊິ້ນ ທີ່ເນົ່າເປື່ອຍ, ອາມູ ມັກກິນອາຫານທີ່ບໍ່ແມ່ນຜັກ, ແຕ່ລາວບໍ່ມັກອາຫານທີ່ປຸງແຕ່ງຢູ່ເຮືອນ.
ອາມູ ອ້າງວ່າລາວໄດ້ລອດຊີວິດມາເປັນເວລາດົນນານແລ້ວ ໂດຍທີ່ໂຕເປີເປື້ອນ, ອາມູບໍ່ໄດ້ເປັນເຈົ້າຂອງເຮືອນ ແລະອາໄສຢູ່ໃນຂຸມທີ່ສ້າງຢູ່ໃນທະເລຊາຍນອກບ້ານ. ຊາວບ້ານໄດ້ກໍ່ສ້າງຕູບໃຫ້ອາມູ. ແຕ່ລາວຕັດສິນໃຈບໍ່ອາໄສຢູ່ທີ່ນັ້ນ.
ມັນເປັນສິ່ງທີ່ແປກປະຫລາດໃຈ, ອາມູ ບໍ່ໄດ້ຕິດເຊື້ອພະຍາດເຖິງແມ່ນວ່າລາວໂຕເປີເປື້ອນຕະຫລອດ, ອາມູ ດື່ມນໍ້າ 5 ລິດຈາກກະປອງນ້ໍາທີ່ເປັນຂີ້ຫມ້ຽງ ມັນທຸກໆມື້.
.
ມັນເປັນສິ່ງທີ່ໜ້າ ສັງເກດວ່າ ອາມູ ມັກສູບຢາຫຼາຍ ອາມູ ໄດ້ສູບຢາທີ່ຊາວບ້ານເອົາໃຫ້ລາວຫມົດແລ້ວ, ລາວໄດ້ເອົາຂີ້ຂອງສັດສູບມາສູບແທນຢາສູບ.
ຕໍ່ມາ ອາມູ ຍັງເວົ້າອີກວ່າ ພາຍຫລັງປ່ອຍວ່າງຄວາມສຸກທາງໂລກໄປແລ້ວ ມັນເຮັດໃຫ້ເຂົາມີຄວາມສຸກຫລາຍກັບໃນການດຳລົງແບບທີ່ເຂົາເປັນຢູ່ ນັ້ນຄືຄຳບອກເລົ່າຂອງ ປະຊາຊົນໃນທ້ອງຖິ່ນ