ເຊື່ອວ່າຫຼາຍໆທ່ານອາດຈະເປັນຄືກັນແມ່ນບໍ ເວລາມີເຂົ້າບູດຫຼາຍຄົນ ມັກຈະເອົາໄປແຊ່ໃຫ້ໄກ່ກິນ ຫຼື ບາງຄົນບໍ່ມີໄກ້ກໍ່ເອົາໄປຖິ້ມລ້າໆ ແຕ່ທ່ານຮູບໍວ່າ ເຂົ້າບູດນັ້ນມີປະໂຫຍດຫຼາກຫຼາຍ ເຊິ່ງນຳເອົາມາເຮັດເປັນຝຸ່ນປຸ໋ຍບຳລູງພືດຜັກໄດ້ ສວນຄົວໄດ້ນຳອີກ ຖ້າມີເຂົ້າບູດບໍ່ຕ້ອງຖິ້ມນຳມາເຮັດຝຸ່ນໃສ່ຜັກໄດ້ເລີຍ ເຊິ່ງຂັ້ນຕອນການເຮັດມີດັ່ງນີ້:
ສ່ວນປະກອບທີ່ຕ້ອງກຽມ
1 ເຂົ້າເຫຼືອ ຫຼື ເຂົ້າບູດ 1 ຖ້ວຍ
2 ນໍ້າສະອາດ 500 ມິລິລິດ
3 ນໍ້າຕານຊາຍແດງ 2 ບ່ວງແກງ
4 ນົມສົ້ມຂວດນ້ອຍ 2 ບ່ວງແກງ
ວິທີເຮັດ
1 ນໍາເຂົ້າທີ່ກຽມໄວ້ມາປະສົມກັບນໍ້າແລ້ວຮ່າຍໃສ່ໃນຂວດຢາງໄວ້
2 ເທນໍ້ານໍ້າຕານຊາຍແດງ ແລະ ນົມສົ້ມຕາມລົງໄປ
3 ຄົນທຸກຢ່າງໃຫ້ເຂົ້າກັນແລ້ວປິດຝາໄວ້ ພ້ອມນໍາໄປໝັກໄວ້ໃນບ່ອນຮົ່ມ ເປັນເວລາ 5-7ມື້ ໂດຍໃຫ້ປ່ອຍລົມອອກທາງຝາເລັກນ້ອຍດ້ວຍການບໍ່ອັດແໜ້ນເກີນໄປ ເພື່ອກັນຂວດບວມ
4 ຫຼັງຈາກນັ້ນຄົບ 1ອາທິດທີ່ກໍານົດໄວ້ກໍ່ສາມາດນໍາໄປໃຊ້ໄດ້
ອັດຕາສ່ວນ ແລະ ວິທີໃຊ້: ນໍາເອົາຈຸລິນຊີທີ່ໄດ້ 250ມິນລີລິດ ປະສົມກັບນໍ້າ 20ລິດ ນໍາໄປຫົດດິນ; ຈຸລິນຊີ 2ບ່ວງແກງ ຕໍ່ນໍ້າ 1 ລິດ ສໍາລັບສີດພົ່ນໃບດອກ ໂດຍໃຊ້ 3-5ວັນ ຕໍຄັ້ງ ທີ່ສໍາຄັນໃຫ້ວສີດໃນໍຊ່ວງເຊົ້າຈະໄດ້ຜົນດີທີ່ສຸດ
.
ຄຸນປະໂຫຍດຈາກຈຸລິນຊີເຂົ້າບູດ ຫຼື ເຂົ້າເຫຼືອ ຖ້າຫາກນໍາໃຊ້ຫົວດິນຈະຊ່ວຍເພີ່ມຈຸລິນຊີໃນດິນ ບໍາລຸງໃຫ້ຮາກແຂງແຮງດູດຊຶມອາຫານໄດ້ດີ; ຖ້າໃຊ້ສີດພົ່ນຕາມສ່ວນຕ່າງໆຂອງພືດຈະຊ່ວຍໃຫ້ດອກ, ໃບ, ກ້ານ ມີຄວາມແຂງແຮງ ແລະ ເລັ່ງການຈະເລີນເຕີບໂຕ.
ທັງໝົດນີ້ ແມ່ນຄຸນປະໂຫຍດຂອງຈຸລິນຊີຈາກເຂົ້າບູດເຂົ້າເຫຼືອ ເຊິ່ງຖ້າໃຜສົນໃຈເຮັດນໍ້າໝັກບໍາລຸງພືດຜັກດ້ວຍຕົນເອງ ແນະນໍາສູດນີ້ເລີຍ ງ່າຍ ສະດວກສະບາຍ ແລະ ບໍ່ເປືອງເງິນໃນຖົງອີກດດ້ວຍ. ສຳລັບທ່ານໃດສົນໃຈ ແນະນຳໄປເຮັດໃຊ້ລອງເບິ່ງເດີ້!!