ຈາກເຫດການເສົ້າສະຫຼົດໃຈເມື່ອແຟນໜຸ່ມຂອງສາວໄດ້ປະສົບອຸບັດເຫດຮຸງແຮງເມື່ອຄືນວັນທີ18/1/2021 ຜ່ານມາເຮັດໃຫ້ຜູ້ເປັນແຟນໜຸ່ມເສຍຊີວິດໃນເວລາຕໍ່ມາ
ເຊິ່ງເປັນການສູນເສຍຄັ້ງໃຫຍ່ຫຼວງ
ຂອງຄອບຄົວຍາດພີ່ນ້ອງເພື່ອມິດສະຫາຍແລະແຟນສາວສຸດທີ່ຮັກຍ້ອນຄວາມທຳໃຈບໍ່ໄດ້ຈາກການສູນເສຍຄັ້ງນີ້
ແຟນສາວໄດ້ອອກມາໂພສພາບຄູ່ທີ່ເຄີຍຢູ່ຮ່ວມກັນມາພ້ອມແຄັບຊັ່ນວ່າ:
ຂ້ອຍຢູ່ຂ້າງເຈົ້າຈົນວິນາທີສຸດທ້າຍຂ້ອຍສຸດຈະລັ້ງເຈົ້າໄວ້ແລ້ວຈັງແມ່ນເຫຼື່ອໃຈຈັກປານໃດສິຜ່ານໄປໄດ້ຊາດໜ້າຂໍໃຫ້ເຮົາໄດ້ຢູ່ນຳກັນດົນກວ່ານີ້ຄິດຮອດເດີ້ເຈົ້າສິຮູ້ບໍ່ວ່າຂ້ອຍຮັກເຈົ້າຫຼາຍຊ່ຳໃດຫຼັບໃຫ້ສະບາຍທີ່ຮັກແລະສຸກສັນວັນຄົບຮອບ19/01/2021
ຈັ່ງໃດກໍຕາມຂໍສະແດວຄວາມເສຍໃຈນຳເຫດການຄັ້ງນີ້ດ້ວຍ.