ເລື່ອງຈາກຕ່າງປະເທດ ປະເທດໄທ ທີ່ຖືກແຊ ແລະ ເວົ້າເຖິງຫຼາຍສົມຄວນ ທີ່ງານແຕ່ງໜຶ່ງ ເຈົ້າສາວຕ້ອງຮ້າງຂັນໝາກ ຢືນຮັບແຂກທັງນ້ຳຕາ ເພາະເຈົ້າບ່າວເທ ບໍ່ມາງານ ກຽມທຸກຢ່າງຄົບ ສູນເສຍເງິນຄ່າຈັດ ແບບເຈັບສຸດໆ
ເຈົ້າສາວເປັນສາວໄວ 15 ປີ … ບໍ່ຮູ້ວ່າເກີດຫຍັງຂຶ້ນ ກ່ອນຈະແຕ່ງດອງກໍຄືຈະເວົ້າລົມກັນຄັກແນ່ ກຽມງານຢ່າງໃຫຍ່ ແຕ່ຮອດມື້ມາ ເຈົ້າບ່າວພັດບໍ່ມາ ເທງານ ຖິ້ມເຈົ້າສາວເສີຍ ຕາອີ່ຕົນຄັກ ບອກເລີຍເລື່ອງແຕ່ງດອງບໍ່ແມ່ນເລື່ອງຫຼິ້ນໆ ຢ່າມາເຮັດແບບນີ້ກັບລູກເພກແອັດເດີ້ ຜູ້ບ່າວທັງຫຼາຍ
.
ເຫດການນີ້ເກີດຂຶ້ນທີ່ ຕຳບົນ ສຣະພະ ອຳເຜີ ພຣະທອງຄຳ ຈັງຫວັດ ນະຄອນຊະສີມາ ໂດຍເຈົ້າຍ່າວບໍ່ມາຕາມນັດ ທັງທີ່ຕົກລົງສິນສອດພຽງແຕ່ 6 ໝື່ນບາດ ເຊິ່ງຄ່າງານເຈົ້າສາວຕ້ອງເອົາທີ່ດິນໄປຈຳນອງກວ່າ 30, 000 ບາດ ສ່ວນເງິນຄ່າຈັດງານອີກຮ່ວມ 100,000 ບາດ
ເປັນແບບນີ້ຕາອີ່ຕົນຄັກ ໂອ້ຍໆ ໃຈນໍ່ໃຈ