7 ສັນຍານຂອງຄົນຫມົດໃຈ ຈະດຶງເຂົາໄວ້ເຮັດຫຍັງ ເພາະວ່າເຂົາບໍ່ຮັກເຮົາແລ້ວ ຄົນກຳລັງຫມົດຮັກມັກມີອາການແບບນີ້, ທຸກໆຄົນ.
1 ລາວບໍ່ໃຫ້ສົນໃຈຈົນກວ່າທ່ານຈະຮູ້ມັນ.
ຄວາມຮັກບໍ່ແມ່ນຊິເກີດຂຶ້ນຢູ່ແຕ່ຝ່າຍດຽວ, ຄວາມຮັກຄວນຈະເກີດຂື້ນຈາກທັງສອງຝ່າຍ. ທ່ານຄວນຮຽນຮູ້ອາການເຫຼົ່ານີ້.
ເພື່ອຮັບມືກັບຄວາມຈິງທີ່ຈະເກີດຂຶ້ນມານັ້ນໄດ້
2. ຄວາມຕ້ອງການຂອງທ່ານແມ່ນບໍ່ມີຄ່າ
ທຸກຢ່າງແມ່ນຈະຂື້ນຢູ່ກັບລາວ. ແລະຄວາມຕ້ອງການຂອງທ່ານບໍ່ພຽງພໍທີ່ຈະຕ້ອງເອົາມາໃຈໃສ່. ແທ້ຈິງແລ້ວ, ຄວາມຕ້ອງການຂອງທ່ານ
ມີຄວາມສຳຄັນຄືກັບ ຂອງລາວຫັນລະ, ຖ້າລາວສົນໃຈຕົວເອງເທົ່ານັ້ນ ເຫັນໄດ້ແຈ້ງວ່າລາວບໍ່ມັກທ່ານ.
3 ທ່ານມັກເປັນຄົນສົ່ງຂໍ້ຄວາມໄປຫາລາວກ່ອນສະເໝີ.
ລາວອາດຈະສົ່ງຂໍ້ຄວາມໄປຫາຜູ້ຍິງຄົນອື່ນແທນ ເມື່ອທ່ານຮູ້ສຶກວ່າຕົວເອງມັກຈະສົ່ງຂໍ້ຄວາມຫາລາວກ່ອນ
ໃຫ້ຄອຍຖ້າ ແລະປ່ອຍໃຫ້ລາວສົ່ງຫາທ່ານກ່ອນ. ເພື່ອສັງເກດວ່າ ລາວຮູ້ສຶກແນວໃດກັບເຈົ້າ?
4 ເຮັດໂຕຄືມີວຽກຫລາຍຢູ່ສະເໝີ
ຖ້າລາວຢາກໃຊ້ເວລາຢູ່ກັບເຈົ້າ ມັນຄືຊິບໍ່ຍາກປານໃດ, ມັນອາດເບິ່ງຄືວ່າທ່ານຕ້ອງໄດ້ລໍຖ້າ.
ໃຫ້ລາວໂທຫາ ແລະທ່ານຄວນເອົາໃຈໃສ່ກັບປະຕິກິລິຍາຂອງລາວເມື່ອທ່ານປ່ອຍໃຫ້ລາວອອກມາພົບທ່ານ.
ຖ້າລາວເຮັດທຳທ່າຢາກມາຫາແດ່ ບໍ່ຢາກມາຫາແນ່, ດັ່ງນັ້ນ ຢ່າສູໄປສົນໃຈລາວອີກເລີຍ ແລະປ່ອຍລາວໄປ.
5 ເວົ້າກ່ຽວກັບເລື່ອງຂອງຜູ້ຍິງຄົນອື່ນເລື້ອຍໆ.
ລາວບໍ່ຮູ້ວ່າທ່ານຈະ. ເຮັດແນວໃດ ເມື່ອລາວເວົ້າກ່ຽວກັບຜູ້ຍິງຄົນອື່ນໆ ແຕ່ຖ້າລາວເວົ້າຕໍ່ໄປ
ມັນເປັນໄປໄດ້ວ່າລາວມີຄວາມສົນໃຈກັບຄົນອື່ນ, ແລະເຂົາອາດຈະບໍ່ໄດ້ຄິດຫຍັງກັບທ່ານ.
6 ບໍ່ໄດ້ໂທຫາທ່ານ
ຖ້າຊາຍຄົນນັ້ນປະຖິ້ມໂທລະສັບໄວ້ກັບເຈົ້າ ບອກໄດ້ເລີຍວ່າ, ນີ້ບໍ່ແມ່ນສິ່ງທີ່ດີ. ເພາະວ່າລາວຈະນັ່ງລໍຖ້າ ແລະປ່ອຍໃຫ້ເຈົ້າແລ່ນຕາມລາວຝ່າຍດຽວ
7 ໃຊ້ຄາລົມ ຈົມຢູ່ຂ້າງດຽວ
ຖ້າເຈົ້າເປັນຝ່າຍເວົ້າຈອບອອຍ, ເວົ້າຫວານຢູ່ພຽງແຕ່ຂ້າງດຽວນັ້ນ. ຂໍໃຫ້ທ່ານຮູ້ໄວ້ເລີຍວ່າລາວບໍ່ສົນໃຈທ່ານຈັກຫນ່ອຍເລີຍ.
ຂໍຂອບໃຈ: s n n s a b a i, AM2014