ຈາກຜູ້ໃຊ້ເຟສບຸກຊື່Sengsouda Xsb ໄດ້ໂພສໃນວັນທີ 13 ມັງກອນ 2021 ວ່າ: ຈັ່ງເເມ່ນເຈົ້າເປັນຕາຮັກຕາເເພງເດລູກເອີຍ ຊື່ທ້າວບຸນອຸ້ມ
ເລື່ອງມີຢູ່ວ່າ: ມື້ນີ້ພາພີ່ນ້ອງໄປໂຮງຫມໍປົວຕາ ພໍໄປຮອດຫ້ອງນອນຄົນເຈັບກະຫຼຽວເຫັນທ້າວບຸນອຸ້ມຫນ້າຕາໂຄດຕາເເພງຕາຢິກຂະຫນາດ
ເຫັນເເລ້ວຢາກກັດເເກ້ມທ້າວ ເລີຍຖາມສາວທີ່ອຸ້ມເດັກຢູ່ວ່າ: ລູກເຈົ້າເປັນຫຍັງ, ຍັງນ້ອຍຄືເຈັບຕາເເລ້ວຕາອີ່ຕົນ,ຈັກເດືອນເເລ້ວ
ລາວຕອບ: ບໍ່ເເມ່ນລູກຂ້ອຍ ເດັກນ້ອຍຄົນນີ້ບໍ່ມີພໍ່ເເມ່ເປັນເດັກຢູ່ໂຮງຫມໍເຂົາມາເກີດປະໄວ້ ໄດ້2ເດືອນປາຍເເລ້ວ,ບໍ່ມີຄົນເອົາໄປລ້ຽງເທື້ອ,
ຂ້ອຍເປັນພະຍາບານທາງຫ້ອງການເເຕ່ງຕັ້ງໃຫ້ເອົາເດັກນ້ອຍມາປົວ, ຕາເດັກມີບັນຫາ ຕາທັງສອງຂ້າງຕ້ອງໄດ້ຜ່າຕັດເພື່ອໃຫ້ເຫັນຮຸ່ງ ໄດ້ຍີນປຸບນ້ຳຕາຂ້ອຍເເທບຈະໄຫລອອກທັນທີ
ເຈົ້າບໍ່ມີພໍ່ເເມ່ເເລ້ວເຈົ້າຍັງມາເປັນເເບບນີ້ ໂອຍອີ່ດູຕົນເຈົ້າເດ ພໍດີໃນລົດມີເຄື່ອງເດັກເລີຍໄດ້ມອບເຄື່ອງເດັກໃຫ້ທ້າວບຸນອຸ້ມໄດ້ໃສ່.
ຕໍ່ໄປຂໍໃຫ້ເຈົ້າຢ່າເຈັບຢ່າປ່ວຍຫາຍດີໄວໆເເລະມີຄົນມາເອົາເຈົ້າໄປລ້ງງໄປຢູ່ສາເດີລູກເດີ ມື້ຫນ້າມີເວລາຈະໄປຢາມຢູ່ໂຮງຫມໍເດີ ເເພງເດ , ນີ້ລະຊີວີດຄົນເຮົາເລືອກເກີດບໍ່ໄດ້ ,ເເມ່ເຈົ້າບໍ່ລ້ງງເຈົ້າໂຄດຊົ່ວລູກເປັນຕາເເພງປານນີ້ ໂອຍເນາະ