ລົດຈັກ ຕຳໝາ ນັກສຶກສາ ຮັບບາດເຈັບ ຜູ້ລ້ຽງບໍ່ຄວນປ່ອຍໝາອອກນອກເຮືອນ. ໃນຕອນເຊົ້າຂອງວັນທີ 11 ມັງກອນ 2021 ເວລາ ເກີດເຫດລົດຈັກ ສາວນັກສຶກສາ ໄດ້ຂີ່ລົດຕຳເອົາໝາ ທີ່ແລ່ນມາຕັດໜ້າ ຢູ່ເສັ້ນທາງບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ເຊິ່ງເຮັດໃຫ້ລົດລົ້ມລາກໄປ ນັກສຶກສາກໍ່ໄດ້ຮັບບາດເຈັບໂດຍມີບາດແຜຕາມຕົນໂຕ ແລະ ຂາ ແລະ ລົດຈັກກໍ່ໄດ້ຮັບການເປ່ເພເລັກໜ້ອຍ. ເຖິງຢ່າງໃດກໍ່ອີຕົນສັດຄືກັນທີາໄດ້ຖືກລົດຕຳມັນ.
ດັ່ງນັ້ນຂໍຝາກເຕືອນມາຍັງພໍ່ແມ່ປະຊາຊົນ ທີ່ຮັກສັດ ແລະ ລ້ຽງສັດ ທັງຫຼາຍ ຫາກທ່ານຈະລ້ຽງກໍ່ຄວນລ້ຽງໃນຮົ້ວເຮືອນຂອງທ່ານ ຫຼື ຂັງໃນກົງໄວ້ ເພາະຫາກທ່ານລ້ຽງບໍ່ມີຄວາມຮັບຜິດຊອບແບບປະປ່ອຍມັນກໍ່ຈະສ້າງຄວາມເດືອດຮ້ອນໃຫ້ກັບຄົນອື່ນບໍ່ຫຼາຍກໍ່ໜ້ອຍ.