ພາໄປເບີ່ງ ບ້ານຈັດສັນ “ເຂື່ອນໄຟຟ້ານໍ້າທາ 1”
ທ້າຍປີ 2020 ທີ່ຜ່ານມາ, ແຟນເພຈ Namtha 1 Lao Power Co.,Ltd ໄດ້ຣິວິວໝູ່ບ້ານຈັດສັນໃໝ່ທີ່ໂຄງການສ້າງເຂື່ອນໄຟຟ້ານໍ້າທາ 1 ໃຫ້ແກ່ປະຊາຊົນທີ່ໄດ້ຮັລຜົນກະທົບຈາກການສ້າງເຂື່ອນ
ເຂື່ອນໄຟຟ້ານໍ້າທາ 1 ຢູ່ໃນພື້ນທີ່ເຂດແຂວງບໍ່ແກ້ວ ແລະ ແຂວງຫຼວງນໍ້າທາ ມີກຳລັງການຜະລິດ 186 ເມກາວັດ, ເລີ່ມກໍ່ສ້າງໃນປີ 2014 ແລະ ສ້າງສຳເລັດເມື່ອປີ 2018
ສຳລັບການກໍ່ສ້າງເຮືອນໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກການສ້າງເຂື່ອນ ແມ່ນສຳເລັດສົມບູນໃນປີ 2020 ໂດຍສ່ວນໃຫ່ຍແມ່ນອາໄສຢູ່ຕາມລຽບແມ່ນໍ້າທາ ຈຳນວນ 27 ໝູ່ບ້ານ
.
ໄຟຟ້າຈາກເຂື່ອນນໍ້າທາ 1 ຈະຖືກສົ່ງໄປເຂດເສດຖະກິດພິເສດສາມຫຼ່ຽມຄຳ ແຂວງ ບໍ່ແກ້ວ, ແຂວງຫຼວງນໍ້າທາ, ແຂວງທ່າຂີ້ເຫຼັກ ປະເທດມຽນມາ ແລະ ພາກໃຕ້ຂອງມົນທົນຍູນນານ
.
.
ປະຊາຊົນທັງ 27 ໝູ່ບ້ານ ໄດ້ຖຶກຍົກຍ້າຍມາຢູ່ຮ່ວມກັນ ຕາມໜູ່ບ້ານໃໝ່
.
Cr photo: Namtha 1 Lao Power Co.,Ltd