
ໃນວັນທີ 9 ມັງກອນ 2021 ເວລາ 03:23 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດ ລົດໃຫຍ່ເສຍຫຼັກຕຳຮົ້ວກັ້ນຢູ່ທາງດ່ວນ (ວຽງຈັນວັງວຽງ) ເຂດບ້ານບົວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.


ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ) ຈຶ່ງໄດ້ອອກກວດສອບເຫດພົບຜູ່ບາດເຈັບ 2 ຄົນ ເພດຍິງ .


ອາການເບື້ອງຕົ້ນຂອງຜູ່ທີ 1ແມ່ນ : ມີບາດແຜຕາມໃບຫນ້າກະທົບຫົວ ຜູ່ທີ 2 ແມ່ນ: ມີອາການມືນເມົາບາດແຜຕາມຕົວໂຕດັ່ງນັ້ນ ຈື່ງປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍ ມິດຕະພາບ150ຕຽງ ເພືອໄປປິນປົວ. ສ່ວນສະພາບລົດແມ່ນເພເສຍຫາຍໜັກ. ເຕືອນໄພທຸກຄົນທີ່ໃຊ້ທາງດ່ວນຈົ່ງມີສະຕິ.

