+ ການແຂ່ງຂັນເຕະບານ ບຸນເດັສລີກ້າ ເຢຍລະມັນ ລະດູການ 2020-21 ນັດທີ 15 ຄືນວັນທີ 8 ມັງກອນຜ່ານມາ, ເສືອໃຕ້ ບາເຢິນ ມິວນິກ ແຊ້ມເກົ່າ ບຸກໄປຢາມ ສິງໜຸ່ມ ໂບຣຸສເຊຍ ມຸນເຊິນ ກັດບັກ, ແຊ້ມເກົ່າອອກນຳກ່ອນສອງໜ່ວຍຈາກ ໂຣເບີດ ເລວານດັອຟສະກີ້ ສັງຫານຈຸດໂທດ ນາທີ 20′ ແລະ
+ ເລອອນ ໂຄເຣັດກ້າ ນາທີ 26′ ແຕ່ຖືກເຈົ້າບ້ານຍິງແຊງສາມປະຕູຈາກ ໂຢນາສ ຮັອຟແມ້ນ ສອງປະຕູ ນາທີ 35′, 45′ ແລະ ຟໍຣຽນ ນໍເຮົ້າ ນາທີ 49′ ຈົບເກມ ສິງໜຸ່ມ ແຊງຊະນະ ເສືອໃຕ້ ແຊ້ມເກົ່າແບບສຸດມັນ 3-2.
+ ບາເຢິນ ເສຍນັດທຳອິດຈາກ 21 ນັດຫລັງສຸດລວມທຸກລາຍການ. ສ່ວນ ມານູເອວ ນອຍເອີ ຜູ້ຮັກສາປະຕູ ເສືອໃຕ້ ເສຍປະຕູ 10 ນັດຕິດຕໍ່ກັນ ເປັນຄັ້ງທຳອິດໃນອາຊີບ.
ບາເຢິນ ມີ 33 ຄະແນນຈາກ 15 ນັດ ອາກເສຍຕຳແໜ່ງຜູ້ນຳ ຖ້າ ອາຣແບ ໄລຊິກ ມີໄຊໃນຄໍ່າຄືນນີ້ ໂດຍນຳ ໄລຊິກ 2 ຄະແນນ, ຂະນະທີ່ ກັດບັກ ມີ 24 ຄະແນນຈາກ 15 ນັດ ຢູ່ອັນດັບທີ 7,
ນັດຕໍ່ໄປ ບາເຢິນ ຈະລົງຫລິ້ນເກມ ເດເອຟເບ ໂພຄາວ ຮອບທີ 2 ໄປຢາມ ຮໍສະເທັນ ເຄວ ທີມຈາກລີກອັນດັບສອງຂອງປະເທດ ໃນຄືນວັນທີ 13 ມັງກອນນີ້, ສ່ວນ ກັດບັກ ຈະລົງຫລິ້ນເກມລີກ ໄປຢາມ ສະຕຸດກ໊າດ ໃນຄືນວັນທີ 16 ມັງກອນນີ້.
ໄຮໄລ້ການແຂ່ງຂັນ:
[iframe title=”5 Goal Thriller | Borussia M’gladbach – FC Bayern München | 3-2 | All Goals | Matchday 15″ width=”640″ height=”360″ src=”https://www.youtube.com/embed/NnNIBxnB4BQ?feature=oembed” frameborder=”0″ allow=”accelerometer; autoplay; clipboard-write; encrypted-media; gyroscope; picture-in-picture” allowfullscreen][/iframe]
Photo: FC Bayern München, Borussia Mönchengladbach