ໃນຕອນເຊົ້າຂອງວັນທີ 8 ມັງກອນ 2021 ເກີດເຫດລົດບັນທຸກລາກ ເສຍຫຼັກປີ້ນ ຢູ່ໂຄ້ງບ້ານແກວກ້ວງ ເມືອງຄູນ ແຂວງຊຽງຂວາງ ເຮັດໃຫ້ມີຄົນເສຍຊີວິດໃນທີ່ເກີດເຫດ 1 ຄົນເປັນເພດຊາຍ ອາຍຸປະມານ 40 ປີ ອາຊີບພະນັກງານ ບ້ານເວີນຄຳ ເມືອງໄຊທານີ ນະຄອນຫລວງວຽງຈັນ.
ເນື່ອງຈາກລົດປີ້ນຫົວລົດລາກໄດ້ກະທົບໃສ່ໜ້າຜາ ເຮັດໃຫ້ຫົວລົດບູ້ມເຂົ້າ ຄົນຂັບຕິດຢູ່ໃນລົດເຈົ້າໜ້າທີ່ກູ້ໄພບໍ່ສາມາດນຳເອົາມາໄດ້ ຈົນໄດ້ນຳເອົາອຸປະກອນໄປຕັດ ແລະ ງັດເຫຼັກອອກ ຈຶ່ງສາມາດນຳສົບອອກມາໄດ້.

ຂໍສະແດງຄວາມເສຍກັບຄອບຄົວຜູ້ເສຍຊີວິດ ກັບການສູນເສຍໃນຄັ້ງນີ້ດ້ວຍ, ພ້ອມເຕືອນມາຍັງພໍ່ແມ່ປະຊາຊົນທັງຫຼາຍ ຈົ່ງລະມັດລະວັງມີສະຕິໃນການຂັບຂີ່ລົດດ້ວຍ ເພື່ອຄວາມປອດໄພຂອງທ່ານ.