+ທ້າວ ໝັ້ນ ອາຍຸ 24 ປີ, ຢູ່ບ້ານພູໂທນ ເມືອງນາແລ ແຂວງຫຼວງນໍ້າທາ ໄດ້ມີຄວາມແຄ້ນໃຫ້ທ້າວ ບັດ ອາຍຸ 30 ປີ ຄົນບ້ານດຽວກັນ ຍ້ອນເລື່ອງຂັດແຍ່ງທີ່ດິນ ຈຶ່ງຕັດສິນໃຈໄດ້ຮັບບາດເຈັບ.
+ທ້າວ ໝັ້ນ ໄປຕັ້ງເຮືອນໃສ່ ທັງທີ່ດິນຕອນນັ້ນຊື້ໄປແລ້ວ. ມາຮອດວັນທີ 15 ທັນວາ 2020, ທ້າວ ໜານບົວຄໍາ ແລະ ທ້າວ ບັດ ພ້ອມຍາດພີ່ນ້ອງໄດ້ມາຫາ ທ້າວ ໝັ້້ນ ຢູ່ເຮືອນ ເພື່ອມາສ້າງບົດບັນທຶກຂາຍດິນຄືນໃຫ້ ທ້າວໝັ້ນ ໃນລາຄາ 5.000.000 ແຕ່ທ້າວ ໝັ້ນ ໄດ້ຂໍຫຼຸດລາຄານຳທ້າວ ໜານບົວຄຳ ຈຳນວນ 4.500.000 ກີບ,
+ພາຍໃນ 1 ເດືອນ ທ້າວ ໝັ້ນ ຈະມາຖອກເງິນໃຫ້ ທ້າວ ໜານບົວຄຳ, ພາຍຫຼັງໄດ້ສ້າງບົດບັນທຶກສຳເລັດ ທ້າວ ໝັ້ນ ໄດ້ຂຶ້ນເມືອນອນຄິດວ່າ ກົກປາຍສາຍເຫດຕ້ອງແມ່ນ ທ້າວ ບັດ ຜູ້ດຽວເມື່ອລາຍງານ ຈຶ່ງມີເຫດການນີ້ເກີດຂຶ້ນ.
+ເວລາປະມານ 6:00 ໂມງ ຂອງວັນທີ 16 ທັນວາ 2020 ຜ່ານມາ, ທ້າວ ໝັ້ນ ຍ່າງຂຶ້ນເຮືອນຂອງຜູ້ເປັນອາວຕົນເອງ ແລະ ໄດ້ເຫັນປືນອາກາປະໄວ້ຢູ່ແຄມປະຕູເຮືອນຄົວບໍ່ມີຝັກປືນ ຈຶ່ງຈັບອາວຸດດັ່ງກ່າວ ຍ່າງລົງມາຫາເຮືອນຂອງ ທ້າວ ບັດ ພ້ອມທັງເອົາລູກປືນທີ່ຕົນເອງກຽມມາ 3 ລູກ ຈຸດປະສົງ ແມ່ນຈະໄປລັ່ນໄກໃສ່ ທ້າວບັດ ຍ້ອນຄວາມຄຽດແຄ້ນ ແລະ ບໍ່ພໍໃຈຕໍ່ຜູ່ກ່ຽວເລື່ອງທີ່ດິນ ຈຶ່ງສາກອາວຸດ
+ແລ້ວເອົາລູກປືນຍັດໃສ່ 1 ລູກ ແລ້ວຍິງໃສ່ ທ້າວ ບັດ 1 ນັດ ຖືກບໍລິເວນທ້ອງ ແລ້ວເຫັນ ທ້າວ ບັດ ຍ່າງເຊໄປເຊມາ ປະມານ 2-3 ແມັດ ແລ້ວລົ້ມລົງກັບພື້ນມີຜູ້ເຫັນເຫດການນໍາສົ່ງໂຮງໝໍເມືອງ. ພາຍຫຼັງຍິງທ້າວ ບັດ ແລ້ວ ໄດ້ຖືປືນໄປໄວ້ເຮືອນ ແລ້ວນັ່ງຝິງໄຟ, ຮອດເວລາປະມານ 8:00 ໂມງ ຖືກເຈົ້າໜ້າທີ່ ປກສ ເມືອງນາແລ ກັກຕົວໄວ້.