ຊີອີໂອ ເຟສບຸກ ອອກຖະແຫຼງການວ່າ:ເຫດານທີ່ເກີດຂື້ນໃນມື້ທີ່ຜ່ານມາ ສະແດງໃຫ້ເຫັນຊັດເຈນວ່າປະທານາທິບໍດີທຣ້ຳ ຕັ້ງໃຈຈະໃຊ້ເວລາທີ່ເຫຼືອຢູ່ໃນຕຳແໜ່ງເພື່ອຂັດຂວາງການປ່ຽນໂອນອຳນາດຕາມກົດໝາຍແລະເປັນໄປໂດຍສັນຕິ
ຈະເປັນຄວາມສ່ຽງສູງເກີນໄປ ຖ້າຫາກຍັງອະນຸຍາດຫຼືປ່ອຍໃຫ້ປະທານາທິບໍດີໃຊ້ບໍລິການ(ສື່ອອນລາຍທາງໂຊຊ່ຽວ) ຂອງເຮົາຕໍ່ໄປໃນຊ່ວງເວລານີ້
ເຮົາຈຶ່ງເຫັນວ່າສົມຄວນແລ້ວກັບການຂະຫຍາຍເວລາການບັອກບັນຊີຜູ້ໃຊ້ເຟສບຸກ ແລະ ອິນສະຕາແກຼມຂອງປະທານາທິບໍດີອອກໄປໂດຍບໍ່ມີກຳນົດ.
ໝາຍເຫດ: BBC ລາຍງານວ່າ ເຟສບຸກກັບອິນສະຕາແກຼມສັ່ງແບນທຣ້ຳ ອອກໄປຢ່າງນ້ອຍ 2ອາທິດຈົນກວ່າຂະບວນການປ່ຽນໂອນອຳນາດ(ສົ່ງມອບຕຳແໜ່ງ)
ປະທານາທິບໍດີສະຫະລັດຈະສຳເລັດສົມບູນ ເພາະຢ້ານວ່າທຣ້ຳຈະໃຊ້ສື່ໂຊຊ່ຽວປຸກປັ່ນລະດົມຍຸຍົງໃຫ້ເກີດເຫດການບໍ່ປະສົງທີ່ຈະສົ່ງຜົນກະທົບຕໍ່ການໂອນອຳນາດສົ່ງມອບຕຳແໜ່ງປະທານາທິບໍດີສະຫະລັດ.ເຊິ່ງກຳນົດໄວ້ວັນທີ່ 20/01/2021ນີ້.