ລາຍງານໜ່ວຍກູ້ຊີບແຂວງຫຼວງພະບາງ ໃນວັນທີ 06.01.2021 ເວລາ 16:22 ນາທີ ໄດ້ຮັບແຈ້ງເຂົ້າເບີ 0711625 ວ່າພົບສົບຄົນເສຍຊີວິດໄຫລນ້ຳຢູ່ທີ່ບ້ານ ປາກອູ, ເມືອງປາກອູ, ແຂວງຫລວງພະບາງ.
ເມື່ອທີມງານຫນ່ວຍກູ້ຊີບອົງການກາແດງລາວ ໄດ້ອອກກວດສອບເຫດພົບຄົນເສຍຊີວິດເພດຊາຍ1ຄົນ ເປັນຄົນສັນຊາດຈີນ ນອນໄຫລມາເກາະຢູ່ຝັ່ງແມ່ນ້ຳ
ສ່ວນສາຍເຫດຂອງການເສຍຊີວິດ ແລະ ຂໍ້ມູນຕ່າງໆຂອງຜູ້ເສຍຊີວິດແມ່ນຢູ່ໃນການສືບສວນຂອງເຈົ້າໜ້າທີ່ຕຳຫລວດ ເຊິ່ງຈະແຈ້ງໃຫ້ຮັບຊາບພາຍຫລັງ ເລື່ອງສາເຫດ ຂອງການເສຍ ຊີວິດໃນຄັ້ງນີ້
ດັ່ງນັ້ນທາງທີມງານຫນ່ວຍກູ້ຊີບອົງການກາແດງລາວ ຈື່ງໄດ້ທຳການຫໍ່ສົບແລ້ວນຳສົ່ງໂຮງເຢັນໂຮງໝໍແຂວງຫລວງພະບາງ ເພື່ອ ຮັກສາໄວ້ ໃຫ້ກັບເຈົ້າຫນ້າທີ່ເພື່ອພິສູດຫລັກຖານຕໍ່ໄປ