ຂ່າວດ່ວນ ວັນທີ່ 07/01/2021ເກີດເຫດລົດກະບະຕໍາຮົ້ວແລ້ວ ປີ້ນທີ່ທາງດ່ວນ ຈາກເຫດການດັ່ງກ່າວນີ້ໄດ້ເຮັດໃຫ້ລົດເພເສຍຫາຍໜັກ, ສ່ວນຜູ່ຂັບ ແລະ ຄົນມານໍາລົດແມ່ນປອດໄພ ໄດ້ຮັບບາດເຈັບ ແຕ່ບໍ່ສາຫັດ
ນີ້ເປັນອີກບັນຫາ ທີ່ທາງດ່ວນ ວຽງຈັນວັງວຽງ ທີ່ບໍ່ຮັບປະກັນຄວາມປອດໄພ ເພາະມີສັດຈໍານວນຫຼາຍ ຍັງເຂົ້າມາເຂດທາງດ່ວນ, ຮົ້ວປ້ອງກັນ ທາງດ່ວນ ແມ່ນບໍ່ແໜ້ນໜາ ແລະ ບາງຈຸດແມ່ນບໍ່ມີ
ຈິ່ງຮຽກຮ້ອງໃຫ້ພາກສ່ວນຮັບຜິດຊອບ ຕ້ອງໄດ້ແກ້ບັນຫານີ້ຢ່າງຈິງຈັງ, ເພາະອຸບັດຕິເຫດ ເກີດຂຶ້ນແມ່ນຫຼາຍຄັ້ງແລ້ວ, ແຕ່ຍັງບໍ່ມີການແກ້ໄຂຢ່າງຈິງຈັງ
ສາເຫດການເກີດອຸບັດຕິເຫດແມ່ນປາສະຈາກປັດໄຈ 3 ຢ່າງນີ້ບໍ່ໄດ້ ກໍຄື ຄົນ, ລົດ ແລະ ຫົນທາງ. “ພວກເຮົາສາມາດຫຼີກລ່ຽງອຸບັດຕິເຫດໄດ້,
ເອົາຄວາມປອດໄພມາໄວ້ເປັນສິ່ງທຳອິດ, ກັບຮອດເຮືອນຊ້ານາທີໜຶ່ງ, ດີກວ່າບໍ່ມີໂອກາດກັບບ້ານຕະຫຼອດຊີວິດ”
ອຸບັດຕິເຫດ ຄັ້ງນີ້ໄດ້ເຮັດໃຫ້ລົດເພເສຍຫາຍໜັກ, ສ່ວນຜູ່ຂັບ ແລະ ຄົນມານໍາລົດແມ່ນປອດໄພ ໄດ້ຮັບບາດເຈັບ ແຕ່ບໍ່ສາຫັດ.ນີ້ເປັນອີກບັນຫາ ທີ່ທາງດ່ວນ ວຽງຈັນວັງ
ວຽງ ໃນການຂັບຂີ່ໄວເກີດໄປ ແລະ ອີກປະເດັນແມ່ນເລື່ອງສັດຕາມທາງດ່ວນ ທີ່ບໍ່ຮັບປະກັນຄວາມປອດໄພ ເພາະມີສັດຈໍານວນຫຼາຍ ຍັງເຂົ້າມາເຂດທາງດ່ວນ, ຮົ້ວປ້ອງກັນ
ທາງດ່ວນ ແມ່ນບໍ່ແໜ້ນໜາ ແລະ ບາງຈຸດແມ່ນບໍ່ມີ. ຈິ່ງຮຽກຮ້ອງໃຫ້ພາກສ່ວນຮັບຜິດຊອບ ຕ້ອງໄດ້ແກ້ບັນຫານີ້ຢ່າງຈິງຈັງ, ເພາະອຸບັດຕິເຫດ ເກີດຂຶ້ນຍ້ອນຕໍາກັບສັດແມ່ນຫຼາຍຄັ້ງແລ້ວ, ແຕ່ຍັງບໍ່ມີການແກ້ໄຂຢ່າງຈິງຈັງ.
ຄລິບ
ຄລິບ