ລັດຖະບານລາວ ກຽມດຶງ ນັກກິລາເຊື້ອສາຍລາວ ມາຮັບໃຊ້ຊາດ ໂດຍໜຶ່ງໃນນັ້ນ ແມ່ນນາງ Fanny Marie CAUCHOIS-ONE ສັນຊາດຝຣັ່ງ ເຊື້ອສາຍລາວ, ອາຍຸ 19 ປີ, ແມ່ລູກຊອດ ລາວ-ຝຣັ່ງ ແລະ ພໍ່ສັນຊາດຝຣັ່ງ. ປະຈຸບັນ Fanny ກໍາລັງສຶກສາ ພາກວິຊາ ຊີວະວິທະຍາ ແລະ ເປັນນັກກິລາຂີ່ລົດຖີບມືອາຊີບ ປະເພດ Track Cycling ຢູ່ປະເທດຝຣັ່ງ.
ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ ກະຊວງ ສຶກສາທິການ ແລະ ກີລາ ໄດ້ລາຍງານໃນກອງປະຊຸມດັ່ງກ່າວວ່າ: ທີ່ຜ່ານມາມີນັກກີລາເຊື້ອສາຍລາວ ຫຼາຍທີ່ຄົນແຟນກີລາວລາວ ຕ່າງກໍຢາກເຫັນພວກເຂົາເຫຼົ່ານັ້ນມາຫຼິ້ນໃຫ້ກັບທີມຊາດລາວ ໂດຍຫຼ້າສຸດ ລັດຖະບານລາວ ໄດ້ເປີດກວ້າງແລ້ວ ເຊື່ອວ່າໃນປີໜ້າຈະມີນັກກີລາເຊື້ອສາຍລາວທີ່ຢູ່ຕ່າງປະເທດ ມາເປັນຕົວແທນທີມຊາດລາວ ຫຼາຍຄົນແນ່ນອນ.
ປະຈຸບັນ Fanny ມີແຜນ ຈະມາຊ່ວຍແຂ່ງຂັນ ເປັນຕົວແທນໃຫ້ປະເທດລາວ ໃນງານຕ່າງໆລົດຖີບລະດັບຕ່າງໆ ເຊັ່ນ: World Championship, Asia Championship, SEA Games ແລະ Tokyo Olympic.