
ວັນທີ 01/01/2021 ເວລາ 01:31 ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດໃຫຍ່ເສຍຫລັກຕຳກຳແພງ.

ຈຸດເກີດເຫດແມ່ນເສັ້ນທາງໂພນຕ້ອງ. ໜ່ວຍກູ້ໄພອອກກວດສອບເຫດພົບວ່າມີຄົນເຈັບ 2 ຄົນ: ຜູ້ທີ1:ເພດຊາຍ ອາຍຸ 17 ປີ ອາຊີບນັກຮຽນບ້ານແສງສະຫວ່າງ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ. ອາການເບື້ອງຕົ້ນແມ່ນແຄມຕາຈີກແລະມີບາດແຜຕາມໃບຫນ້າ.

ຜູ້ທີ2:ເພດຊາຍ ອາຍຸ 17 ປີ ບ້ານວຽງຈະເລີນ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ. ອາການເບື້ອງຕົ້ນແມ່ນທ້ອງແຂງ, ເອິກບວມ,ຫົວແຕກແລະ ເລືອດອອກປາກອອກດັງ (ບໍ່ມີສະຕິ) ແລະ ຕິດຢູ່ພາຍໃນລົດ.


ດັ່ງນັ້ນໜ່ວຍກູ້ໄພມູນນິທິ 1623 ຈຶ່ງໄດ້ນຳໃຊ້ອຸປະກອນຕັດງັດເພື່ອເອົາຄົນເຈັບທີ່ຕິດພາຍໃນລົດອອກຈາກລົດໃຊ້ເວລາປະມານ 15 ນາທີຈຶ່ງສາມາດນຳຄົນເຈັບອອກມາໄດ້ ແລ້ວໄດ້ທຳການປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍມິດຕະພາບ 150ຕຽງ.




ຂໍ້ມຸນ: ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ 1623.