ລັດຖະບານລາວ ກຽມດຶງ ນັກກິລາເຊື້ອສາຍລາວ ມາຮັບໃຊ້ຊາດ ໂດຍໜຶ່ງໃນນັ້ນ ແມ່ນທ້າວ Walter Warawud Puriboon Sanoi ນັກກີລາມວຍສາກົນ ປະສົບການສູງ ສັນຊາດອາເມຣິກາ ເຊື້ອສາຍລາວ-ໄທ, ເກີດເມື່ອວັນທີ 23/06/1986 ອາຍຸ 34 ປີ.
.
ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ ກະຊວງ ສຶກສາທິການ ແລະ ກີລາ ໄດ້ລາຍງານໃນກອງປະຊຸມດັ່ງກ່າວວ່າ: ທີ່ຜ່ານມາມີນັກກີລາເຊື້ອສາຍລາວ ຫຼາຍທີ່ຄົນແຟນກີລາວລາວ ຕ່າງກໍຢາກເຫັນພວກເຂົາເຫຼົ່ານັ້ນມາຫຼິ້ນໃຫ້ກັບທີມຊາດລາວ ໂດຍຫຼ້າສຸດ ລັດຖະບານລາວ ໄດ້ເປີດກວ້າງແລ້ວ ເຊື່ອວ່າໃນປີໜ້າຈະມີນັກກີລາເຊື້ອສາຍລາວທີ່ຢູ່ຕ່າງປະເທດ ມາເປັນຕົວແທນທີມຊາດລາວ ຫຼາຍຄົນແນ່ນອນ.
.
ຈາກ: Lao Youth Radio FM 90.0 Mhz