ມະຫາເສດຖີອັນດັບໜື່ງຂອງປະເທດຈີນ ແຈັກ ໝ່າ, ຜູ້ກໍ່ຕັ້ງບໍລິສັດ ອາລິບາບາ ເຄີຍຈົນມາກ່ອນ ແລະ ສາມາດບຸກບືນຕົນເອງຂື້ນມາເປັນຜູ້ທີມີວິໄສທັດອັນກວ້າງໄກ ແລະ ແຕກຕ່າງຈາກຄົນອື່ນຈົນກາຍເປັນເສດຖີອັນດັບ1ຂອງ ສປ ຈີນ ໄດ້ກ່າວໄວ້ວ່າ :
“ຄົນທີເອົາໃຈຍາກທີສຸດຄື ຄົນຈົນ”
- ຖ້າເຮົາໃຫ້ສິ່ງໃດແກ່ເຂົາຟຣີໆ…ເຂົາຈະຄິດວ່າ “ມັນຄືເປັນກັບດັກ”
- ຖ້າເຮົາບອກເຂົາໃຫ້ລົງທຶນພຽງໜ້ອຍໆ…ເຂົາກໍ່ຈະບອກວ່າ ມັນໄດ້ກຳໄລໜ້ອຍ.
- ບອກໃຫ້ເຂົາເຮັດທຸລະກິດແບບດັ້ງເດີມ… ເຂົາບອກວ່າ “ມັນເຮັດຍາກ, ມີຄູ່ແຂ່ງຫຼາຍ”
- ບອກໃຫ້ເຂົາເຮັດທຸລະກິດເຄື່ອຄ່າຍແບບສະໄໝໃໝ່… ເຂົາຈະບອກວ່າ ມັນເປັນທຸລະກິດຕ໋ອງໂຊ້, ບໍ່ຮູ້ຄົນຫຼາຍ, ເວົ້າບໍ່ເກັ່ງ ບໍ່ກ້າສະແດງອອກ
- ບອກໃຫ້ເຂົາເປີດຮ້ານຂາຍເຄື່ອງ…ເຂົາຈະບອກວ່າ ມັນໃຊ້ທຶນຫຼາຍ, ບໍ່ເປັນອິດສະຫຼະ !
- ບອກໃຫ້ເຂົາເລີ່ມເຮັດທຸລະກິດໃໝ່ໆ…ເຂົາຈະບອກວ່າ ບໍ່ມີຄວາມສຳນານ ບໍ່ມີປະສົບການ ຢ້ານພາດ !
ຄົນພວກນີ້ ມີສິ່ງທີຄືກັນຄື ມີຂໍ້ອ້າງ ແລະ ລົມກັນເລື່ອງຄວາມລົ້ມເຫຼວ
”ເປັນຄົນທີ່ຄິດຫຼາຍກວ່າ ສາດສະດາອາຈານໃນມະຫາວິທະຍາໄລອີກ” ແລະ ລົງມືເຮັດໜ້ອຍກວ່າ ຄົນຕາບອດ ເສຍອີກ !
ເພາະສະນັ້ນ ເຮົາຄວນຄິດໃຫ້ໜ້ອຍ ຄິດໃຫ້ເປັນ ແລ້ວລົງມືເຮັດໃຫ້ຫຼາຍຢ່າງທຸ້ມເທ ແລະ ໃສ່ໃຈ.
ປ່ຽນຈາກການນັ່ງຄິດເປັນເດືອນເປັນປີ ມາລົງມືເຮັດຕັ້ງແຕ່ວິນາທີນີ້ໄປພ້ອມກັບຄວາມສຳເລັດທີ່ກຳລັງລໍຖ້າທ້ານຢູ່ !