ແມນນີ ປາກຽວ ບໍ່ໄດ້ຂຶ້ນຊົກອີກເລີຍນັບຕັ້ງແຕ່ເອົາຊະນະ ຄິດ ເທີແມນ ເມື່ອເດືອນກໍລະກົດ 2019 ແລະ ປັດຈຸບັນກໍາລັງເອົາຈິງເອົາຈັງກັບວຽກງານດ້ານການເມືອງ ໃນໜ້າທີ່ວຸດທິສະພາຂອງ ຟິລິບປິນ ຢ່າງເຕັມຕົວ ເຮັດໃຫ້ຫຼາຍຄົນເຫັນວ່າ ປາກຽວ ມີໂອກາດຈະຢຸດຊົກມວຍສູງ.
ແຕ່ຫຼ້າສຸດ ປາກຽວ ອາຍຸ 42 ປີເປີດໃຈຜ່ານ Daily Tribune ສື່ໃນປະເທດຟິລິບປິນ ໃນອາທິດທີ່ຜ່ານມາວ່າ: ເຖິງວ່າວຽກງານດ້ານການເມືອງຈະເຕັມ ແຕ່ກໍພ້ອມແບ່ງເວລາໃນການຝຶກຊ້ອມມວຍ ກ່ອນຂຶ້ນຊົກໃນປີ 2021 ຢ່າງໜ້ອຍ 2 ໄຟທ໌ ເຊິ່ງໜ້າຈະເລີ່ມໄດ້ຫຼັງເດືອນເມສາເປັນຕົ້ນໄປ.
ເຊິ່ງມີການຄາດວ່າ ຄູ່ຊົກຂອງ ປາກຽວ ໃນປີ 2021 ຈະເປັນ ເທເຣນຊ໌ ຄຣໍຟອດ ແຊ້ມຮຸ່ນເວລເຕີເວດຂອງ WBO ທີ່ຫາກໍເອົາຊະນະ ເຄລ ບຣູກ ໄດ້ເມື່ອເດືອນພະຈິກ ທີ່ຜ່ານມາ.
ສ່ວນອີກຄົນເປັນ ຄໍເນີ ແມັກເກຣເກີ ນັກສູ້ຈາກວົງການ UFC ຫຼັງຈາກທີ່ ປາກຽວ ໄດ້ເຊັນສັນຍາກັບຕົວແທນຂອງ ແມັກເກຣເກີ ເປັນທີ່ຮຽບຮ້ອຍແລ້ວລໍຖ້າພຽງແຕ່ການຢືນຢັນເວລາຢ່າງເປັນທາງການ.