ທົ່ວໂລກຕິດເຊື້ອໂຄວິດ-19ເພີ່ມຂຶ້ນ 80 ລ້ານກວ່າຄົນ ວັນທີ27 ທັນວານີ້, ໜ່ວຍງານ ດ້ານສາທາລະນະສຸກໂລກ ເປີດເຜີຍ ຕົວເລກ ລ້າສຸດວ່າ: ຍອດຜູ້ຕິດເຊື້ອ ພະຍາດ ໂຄວິດ-19 ທົ່ວໂລກ ເພີ່ມຂຶ້ນ 80.705.742 ຄົນ ແລະ ຍອດຜູ້ເສຍຊີວິດ ເພີ່ມຂຶ້ນ 1.764.329 ຄົນ.ໃນນີ້ ສ.ອາເມລິກາ ຍັງຄົງເປັນປະເທດ ທີ່ມີຍອດຜູ້ຕິດເຊື້ອ ສູງ
ທີ່ສຸດໃນໂລກ 19.430.501 ຄົນ, ຮອງລົງມາ ອິນເດຍ 10.188.392ຄົນ,ບຣາຊິນ 7.465.806ຄົນ,ຣັດເຊຍ 3.021.964 ຄົນ,ຝຣັ່ງ 2.550.864ຄົນ, ອັງກິດ 2.256.005ຄົນ,ຕວັກກີ 2.133.373ຄົນ ແລະ ອີຕາລີ 2.038.759ຄົນ.ສ່ວນປະເທດ ທີ່ມີຜູ້ຕິດເຊື້ອ ຫລາຍກວ່າ 1 ລ້ານຄົນ ລວມມີ ແອັດສະປາຍ,ເຢບລະມັນ,
ໂກໂລມບີ,ອາກຊັງຕິນ,ເມັກຊິກ, ໂປໂລຍ, ອີຣານ, ອູແກຣນ ແລະ ເປຣູ.ນອກນີ້ ສ.ອາເມລິກາ ຍັງມີຜູ້ເສຍຊີວິດ ຫລາຍທີ່ສຸດໃນໂລກ 339.901 ຄົນ ຕາມມາດ້ວຍ ບຣາຊິນ 190.815ຄົນ,ອິນເດຍ147.659ຄົນ,ແມັກຊິກ121.837ຄົນ ແລະ ອີຕາລີ71.620ຄົນ