ໃນວັນທີ 27/12/2020 ເວລາ 03:50 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີອຸປະຕິເຫດ ລົດໃຫຍ່ຕຳກັບລົດໃຫຍ່ ຢູ່ບ້ານ ດອນແດງ ເມືອງ ຈັນທະ
ບູລີ ແຂວງ ນະຄອນຫຼວງວຽງຈັນທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ)ຈຶ່ງໄດ້ອອກກວດສອບເຫດພົບຜູ້ເສຍຊີວິດ 01 ຄົນ ເພດຊາຍ. ອາການເບື້ອງຕົ້ນແມ່ນ: ມີ
ບາດແຜຢູ່ໃບໜ້າ, ກະດູກຊີກໂຄງເບື້ອງຂວາຫັກ, ຂາຫັກເບື້ອງຊ້າຍ(ເສຍຊີວິດຄາທີ່) ແລະ ຜູ້ເສຍຊີວິດຕິດພາຍໃນລົດ ດັ່ງນັ້ນ, ພວກເຮົາຈື່ງນຳໃຊ້ອຸປະກອນເຄື່ອງຕັດງັດ
ເພື່ອນຳຜູ້ເສຍຊີວິດທີ່ຕິດພາຍໃນລົດອອກມາ ແລ້ວມ້ຽນຄາບສົບຜູ້ເສຍຊີວິດ ມອບໃຫ້ພີ່ນ້ອງໄປເຮັດພິທີທາງສາດສະໜາຕໍ່ໄປ ຂໍສະແດງຄວາມເສຍໃຈນຳຄອບຕົວຜູ້ເສຍຊີວິດດ້ວຍ
ລົດໃຫຍ່ຕຳກັບລົດໃຫຍ່ເສຍຊີວິດ 1 ຄົນ