ຂ່າວບັນເທີງໄທເຜີຍ ທັນວາ ສຸລິຍະຈັກ ດາລາໄທ ທີ່ມີສັນຊາດລາວ ໄດ້ໄປກວດ ແລ້ວພົບວ່າຕົນເອງນັ້ນ ເປັນໂລກຊຶມເສົ້າໄລຍະເລີ່ມຕົ້ນ ຮູ້ສຶກຕົກໃຈ ແລະ ບໍ່ຄິດວ່າຕົນເອງຈະເປັນໂລກນີ້
ເຊິ່ງໜຸ່ມທັນວາ ໄດ້ໂພສວ່າ
ວັນກ່ອນ ຖ່າຍລະຄອນ ທີ່ ໂຮງພະຍາບານ (ໂຮງໝໍ) ເລີຍຖືໂອກາດກວດ ສຸຂະພາບຮ່າງກາຍ ຜົນອອກມາ ແຂງແຮງດີ ແຕ່ໝໍແນະນຳໃຫ້ໄປພົບຈິດຕະແພດກ່ຽວກັບໂລກຊຶມເສົ້າ
ຕົນເອງຄິດວ່າ ເອົາ ເຮົາເປັນຫວານິ ເລີຍໄປຕາມທີ່ໝໍແນະນຳ ໝໍຈິດຕະແພດກໍບອກວ່າ ຕົນເອງເປັນໂລກຊຶມເສົ້າອ່ອນໆ ໄລຍະເລີ່ມຕົ້ນ
ຈາກນັ້ນແຟນຄັບກໍສົ່ງກຳລັງ ແຫ່ໃຫ້ກຳລັງໃຈຢ່າງລ້ນຫຼາຍ ຂໍເປັນກຳລັງໃຈໃຫ້ຄືກັນເດີ້
ທ່ານໝໍບອກວ່າ ໃຫ້ເຮັດໃຈໃຫ້ສະບາຍ, ຜ່ອນຄາຍຕົນເອງ ບໍ່ໃຫ້ຄຽດ ອາການຢູ່ໃນຂັ້ນເລີ່ມຕົນເຮົາກໍກັນຕົນເອງໄວ້ ດີແລ້ວທີ່ຮູ້ໄວ.
ຈາກ: nineentertain.mcot.net