ສື່ໄທລາຍງານວ່າ ເມື້ອວັນທີ 22/12/2020 ເຈົ້າໜ້າທີ່ເມືອງ ຕາກໃບ ຈັງຫວັດ ນະຣາທິວາດ ໄດ້ເຂົ້າຈັບກຸມ 32 ແຮງງານຕ່າງດ້າວ ເຊິ່ງເປັນສັນຊາດລາວ ລົບໜີເຂົ້າເມືອງຜິດກົດໝາຍ ມາຕາມດ່ານທໍາມະຊາດ ໃນເຂດບ້ານ ແຂແບະ ເມືອງ ຕາກໃບ ຈັງຫວັງ ນະຣາທິວາດ.
ຈາກການສືບສວນເບື້ອງຕົນ ແຮງງານຕ່າງດ້າວດັ່ງກ່າວ ມີອາຊີບຮັບຈ້າງເປັນຊາວປະມົງ ໃນພື້ນທີ່ຣັດຍະໂຮຫ໌ ປະເທດມາເລເຊຍ ໄດ້ຈ້າງລົດຕູ້ມາທີ່ຊາຍແດນ ໄທ-ມາເລເຊຍ ແລ້ວຂີ່ເຮືອນ້ອຍຂ້າມນໍ້າ ໂກ-ລົກ ເຂົ້າມາສູ່ປະເທດໄທ.
ພໍມາຮອດປະເທດໄທ ບໍ່ພົບພໍ້ກັບນາຍໜ້າ ຈຶ່ງພາກັນຍ່າງໄປຕໍ່ ປະມານ 2 ກິໂລແມັດ ແລ້ວເຂົ້າໄປຂໍຄວາມຊ່ວຍເຫຼືອຈາກປະຊາຊົນໃນພື້ນທີ່ ແຕ່ຖືກປະຊາຊົນລາຍງານເຈົ້າໜ້າທີ່.