ຈາກຜູ້ໃຊ້ເຟສບຸກທ່ານໜຶ່ງໄດ້ໂພສເຕືອນໄພນັກສັນຈອສວ່າ : ເຕືອນໄພ!ຝ ! ມື້ນີ້ເວລາປະມານ 5ໂມງເຊົ້າ ພໍ່ແມ່ຂ້ອຍກໍາລັງຂີ່ລົດຜ່ານເສັ້ນທາງເຂດ ບ້ານຂຸມຫີນ
( ເສັ້ນທາງຕັດໃໝ່ ຊຽງດາ – ທ່າເດື່ອ ) ໄດ້ມີໂຈນ ( ຂີ້ຢາ,ເມົາຢາ ) ຍ່າງມາລັດທາງ ແລ້ວໃຊ້ກ້ອນຫີນດຶກໃສ່ແວ່ນລົດຈົນແຕກ ດີແຕ່ບໍ່ມີໃຜເຈັບຫຍັງ ແຕ່ກະຂວັນເສຍກັນໄປຫຼາຍເຕີບ
ສະນັ້ນ!!! ຝາກເຕືອນເຖິງຜູ້ທີ່ໃຊ້ທາງເສັ້ນນີ້ ໃຫ້ລະມັດລະວັງກັນຕື່ມ ຫຼີກລ້ຽງການສັນຈອນໃນຕອນເຊົ້າມືດ ແລະ ຕອນເດິກ ເພາະເຂດບ້ານນີ້ ( ບ້ານ ຂຸມຫີນ ) ຍັງມີກຸ່ມພວກຂີ້ຢາຢູ່ບາງກຸ່ມ !