ຕຳຫຼວດໄທຈັບ ສາວປະເພດ 2 ຈາກ ສປປ.ລາວ ຂໍ້ຫາລັກຄໍາ 5 ບາດ ມູນຄ່າ 135.000 ບາດ ອ້າງຕົກງານ ຕ້ອງການເງິນກັບເມືອສປປ.ລາວ
ສື່ໄທ ລະບຸວ່າ ໃນວັນທີ 20/12/2020 ທ້າວ ວອນ ສິນທອນ ອາຍຸ 27 ປີ ຈາກສປປ.ລາວ ທີ່ເຄີຍທໍາງານຢູ່ຫາດປ່າຕອງ
ແຕ່ຕົກວຽກເນື່ອງຈາກໂຄວິດລະບາດ ໄດ້ເຂົ້າໄປລັກ ຄໍາ 5 ເສັ້ນ, ເສັ້ນລະ 1 ບາດ, ຈາກຮ້ານຂາຍຄໍາ “ເພັດທອງພອນເທບ” ເລກທີ 37/28 ຖະໜົນ ມົນຕຣີ ເມືອງພູເກັດ ປະເທດໄທ.
ຜູ້ກ່ຽວຖືກເຈົ້າໜ້າທີ່ໄທ ຈັບແລະກັກໂຕໄວ້ ໃນຂະນະທີ່ເພື່ອນສະນິດ (ຄົນໄທ) ກໍາລັງຂັບລົດພາລົບໂຕໜີຈາກພູເກັດ.